ໃນວັນທີ 8-9 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະນຳ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກຢູ່ແດນເໜືອສຸດຂອງ ສປປ ລາວ ນັ້ນກໍ່ຄືແຂວງຜົ້ງສາລີ.
ໂດຍໃຫ້ການຕ້ອນຮັບຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ແລະ ທ່ານ ວັນໄຊ ແສນຍອດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຜົ້ງສາລີ ພ້ອມດ້ວຍຄະນະທິມງານໄດ້ເດີນທາງມາເຄື່ອນໄຫວຢຽມຢາມກຸ່ມຜະລິດຊາ ບ້ານລຸງຈິ່ງ. ໂດຍການຕ້ອນຮັບຈາກອຳນາດການປົກຄອງບ້ານ ພ້ອມດ້ວຍກຸ່ມຜະລິດຊາ ຢູ່ທີ່ບ້ານດັ່ງກ່າວ.
ການມາເຄື່ອນໄຫວໃນຄັ້ງນີ້ ກໍ່ເພື່ອເປັນການຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຜະລິດຊາ ຂອງບ້ານລຸງຈິ່ງ ເມືອງ ແລະ ແຂວງຜົ້ງສາລີ ເພື່ອໃຫ້ສາມາດຈຳໜ່າຍທັງຕະຫຼາດພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂຶ້ນ, ເນື່ອງຈາກວ່າແຂວງຜົ້ງສາລີ ມີື່ແຮງດ້ານຊາ ແລະ ມີພື້ນທີ່ໃນການປູກຊາເປັນຈຳນວນຫຼາຍ.
ໂດຍມີທັງບໍລິສັດຈາກ ສປ ຈີນ ເຂົ້າມາລົງທຶນປູກ ແລະ ມີທັງພື້ນທີ່ທີ່ເປັນຂອງປະຊາຊົນປູກເອງ.
ແລະ ໄດ້ລົງເລາະເບິ່ງສວນຊາ ແລະ ໂຮງງານຜະລິດຊາ 400 ປີ ອີກດ້ວຍ.